ປະຈຸບັນ​ທາງພວກເຮົາມີນະໂຍບາຍໃນການນຳໃຊ້ລະບົບດັ່ງນີ້:

  1. ຫຼັງຈາກທີ່ລົງທະບຽນສຳເລັດແລ້ວ ໃຫ້ທຸກຄົນປະກອບຂໍ້ມູນສ່ວນຕົວຂອງທ່ານໃຫ້ລະອຽດ ຢູ່ເມນູ ຕັ້ງຄ່າ ໃນ Dashboard ຂອງພວກທ່ານ ເພື່ອເປັນຂໍ້ມູນສຳຄັນ ໃນການຕິດຕໍ່ພົວພັນໃນການໂອນເງິນ.
  2. ລະບົບຈະອານຸຍາດໃຫ້ທຸກຄົນທີ່ຕ້ອງການຮຽນຮູ້ ສາມາດມາລົງທະບຽນເປັນນັກຮຽນ ຫຼື ອາຈານສອນ ຫຼັງຈາກນັ້ນທາງລະບົບ ຈະໄດ້ທຳການອານຸມັດໃຫ້ ແລ້ວຈິ່ງສາມາດເຂົ້າຮຽນ ແລະ​ ນຳໃຊ້ລະບົບໄດ້.​
  3. ນັກຮຽນທ່ານໃດທີ່ຮຽນຈົບຫຼັກສູດທີ່ມີຄ່າໃຊ້ຈ່າຍແລ້ວ ແມ່ນສາມາດສະເໜີ ໄປຫາ ບໍລິສັດ ຂອງພວກເຮົາ ຕາມເບີ້ໂທ ເພື່ອຂໍໃບຢັ້ງຢືນ ການຮຽນຫຼັກສູດດັ່ງກ່າວ ໂດຍທາງເຮົາມີການກວດກາຄືນ ເພື່ອໃຫ້ນັກຮຽນສາມາດບັນລຸໄດ້ຕາມຄາດໝາຍຂອງທາງພວກເຮົາວາງອອກ ແລ້ວຈິ່ງສາມາດອອກໃບຢັ້ງຢືນການຮຽນຫຼັກສູດດັ່ງກ່າວໃຫ້.
  4. ຜູ້ທີ່ເປັນອາຈານສອນ ຈະຕ້ອງນຳເຜີຍແຜ່ບົດຮຽນ ທີ່ເປັນປະໂຫຍດຕໍ່ສັງຄົມ, ວີດີໂອ ຫຼື ບົດຮຽນທີ່ເປັນເລື່ອງລາມົກ, ອານະຈານ ຜິດຕໍ່ແນວທາງການເມືອງ, ລະບຽບກົດໝາຍບ້ານເມືອງວາງອອກ ຈະບໍ່ຖືກເຜີຍແຜ່ໃຫ້ນຳໃຊ້ ແລະ ຈະຖືກກີດກັ້ນ (Block) ເນື້ອຫາ ບໍ່ໃຫ້ອອກສູ່ສັງຄົມໄດ້.